ການເຮັດຄວາມເຂົ້າໃຈກັບ font ພາສາລາວ (Lao Fonts)

ຂໍ້ຕົກລົງວ່າດ້ວຍລະບຽບຫລັກການຂອງແບບພິມພາສາລາວ

ມີແບບພິມພາສາລາວ (Lao fonts) ຫລາຍແບບທີ່ຖືກສ້າງຂຶ້ນມາສຳລັບໃຊ້ງານກັບໂປຣແກມ Windows. ບາງແບບພິມກໍ ຖືກໃຊ້ງານຢ່າງກວ້າງຂວາງ, ແບບພິມພາສາລາວແບບເກົ່າ (ເຊັ່ນ SengChanh, alice_0) ໄດ້ເຂົ້າມາແທນທີ່ຕົວອັກສອນພາສາອັງກິດ (ແຕ່ລຽງຕາມຕົວອັກສອນພາສາລາຕິນ) ໂດຍໃຊ້ແປ້ນພິມອັນດຽວກັນ ແຕ່ມີການໃຊ້ງານໃນຫລາຍຮູບແບບ ຊຶ່ງຕໍ່ ມາກໍປະກົດວ່າມີຄວາມຫຍຸ້ງຍາກຫລາຍໃນການໃຊ້ງານ.

ແບບພິມພາສາລາວແບບອື່ນ (ເຊັ່ນ Saysettha Lao) ແມ່ນລວບລວມຕົວອັກສາພາສາອັງກິດສ່ວນໃຫຍ່ໄວ້ໃນແປ້ນພິມປົກກະຕິ (usual code-points) ແລະໄດ້ຕື່ມຕົວອັກສອນພາສາລາວເຂົ້າໄປໃນແຖວ "upper ASCII" ຂອງຕົວອັກສອນ 8-bit. ຢ່າງໃດກໍຕາມ, ມັນຕ່າງຈາກແບບພິມພາສາໄທ, ກໍຄື ແບບພິມພາສາລາວບໍ່ໄດ້ມີການພັດທະນາຕາມມາດຕະຖານແບບພິມ 8-bit ເພື່ອຮອງຮັບ Microsoft ຫລືການໃຊ້ງານທີ່ມີການພັດທະນາຕົວຂຶ້ນ, ສະນັ້ນ ແບບພິມພາສາລາວຈຶ່ງມັກຈະມີການຕອບສະໜອງແບບບໍ່ຖືກຕ້ອງກັບແບບພິມ (fonts) ເຫລົ່ານີ້.

ແຕ່ແບບພິມພາສາລາວສ່ວນໃຫຍ່ໃນປັດຈຸບັນນີ້ແມ່ນໄດ້ຕາມມາດຕະຖານ Unicode ແລ້ວ, ຊຶ່ງສາມາດຮອງຮັບ Microsoft ແລະການໃຊ້ງານເກືອບທັງໝົດໄດ້. Lao Script 8 ແມ່ນປະກອບມີແບບພິມພາສາລາວ Unicode (Lao Unicode fonts), ແລະສາມາດໃຊ້ງານ Unicode standard ໄດ້ໂດຍການປ່ຽນ default, ແຕ່ກໍຍັງຮອງຮັບການໃຊ້ງານຂອງແບບພິມ LS Win (Saysettha Lao) ໄດ້ຄືເກົ່າ. Lao Script 8 ຍັງສາມາດປ່ຽນ text ພາສາລາວແບບເກົ່າໃຫ້ເປັນແບບ Unicode ໄດ້, ໂດຍການປ່ຽນແທນ font ທີ່ບໍ່ໄດ້ມາດຕະຖານ (non-standard fonts) ດ້ວຍ font ມາດຕະຖານ Unicode (standard Unicode fonts) ໃນເອກະສານເຫລົ່ານັ້ນ.

Notes on embedding Lao fonts in web pages

Return to Home Page